ເມືອງລາວໃນອາທິດນີ້

PODCAST · news

ເມືອງລາວໃນອາທິດນີ້

ເມືອງລາວໃນອາທິດນີ້ ເປັນລາຍການໃໝ່ ທີ່ນຳສະເໜີ ເລື່ອງທີ່ເກີດຂຶ້ນ ພາຍໃນນຶ່ງອາທິດເຊິ່ງທາງທີມງານ ວິທຍຸເອເຊັຽເສຣີ ນຳມາສົນທະນາ ອະທິບາຍ ສາຍເຫດທີ່ເກີດຂຶ້ນ ແລະ ທາງວິທຍຸເອເຊັຽເສຣີ ໄດ້ຂໍ້ມູນເລື່ອງທີ່ເກີດຂຶ້ນນັ້ນ ມາແນວໃດ. ເປັນລາຍການ ທີ່ສະຫຼຸບເຫດການ ທີ່ສຳຄັນໆ ເພື່ອໃຫ້ຜູ້ຟັງເຂົ້າໃຈງ່າຍ ດ້ວຍພາສາສະໄໝໃໝ່ ແລະຜູ້ຟັງສາມາດເຂົ້າໄປຟັງຈາກ ພັອດແຄດ (Podcast) ໄດ້ຕະຫລອດເວລາ. Hosted on Acast. See acast.com/privacy for more information.

  1. 71

    This Week in Laos Ep.90

    ການສໍາພາດ ທ້າວ ອານຸກິດ ກິດສະຫວາດ, ໜຸ່ມຕາກ້ອງ ສະໝັກຫຼິ້ນ ທີ່ໄດ້ຮັບລາງວັນ Highly Recommended Photography Foundation Awards 2024 ທີ່ ປະເທດອັງກິດ ເຊິ່ງມີຜູ້ສົ່ງຮູບເຂົ້າແຂ່ງຂັນ ຈາກ ທົ່ວໂລກ ຫຼາຍກວ່າ 5 ພັນ ລາຍການ.  Hosted on Acast. See acast.com/privacy for more information.

  2. 70

    This Week in Laos Ep.89

    ໃນ Ep.89 ນີ້ ເຮົາຈະມາເວົ້າລົມກັນ ກ່ຽວກັບຊີວິດໃນຊົນນະບົດ ຂອງເດັກນ້ອຍນັກຮຽນ ຊັ້ນປະຖົມ ແລະ ມ. ຕົ້ນ ວ່າພວກເຂົາເຈົ້າ ມີຄວາມບາກບັ່ນອົດທົນ ຂະໜາດໃດ ກ່ອນທີ່ຈະເຂົ້າໂຮງຮຽນ ເພື່ອສະແຫວງຫາຄວາມຮູ້ ຄວາມສາມາດ ໃຫ້ກັບໂຕເອງໃນອະນາຄົດ. Hosted on Acast. See acast.com/privacy for more information.

  3. 69

    This Week in Laos Ep.88

    ໃນ Ep.88 ນີ້ ແມ່ນການສຳພາດ Aot Soulivong Xayaketh ຊາຍໜຸ່ມລາວ ທີ່ໄດ້ລາງວັນ Top 20 Mr. Tourism World 2024, Mr. Ao Dai, Mr. Multimedia Award; 1st Runner Up Mister Talent. Hosted on Acast. See acast.com/privacy for more information.

  4. 68

    This Week in Laos Ep.87

    ເຊີນທ່ານຮັບຟັງຮັບຊົມ ສາວຄູ ຄຳນ້ອຍ ອະທິບາຍ ວິທີການສອນ ເລກ ຄະນິດຕິດດາວ ທີ່ພາໃຫ້ນັກຮຽນຊັ້ນ ປ. 3 ມ່ວນຊື່ນໄປກັບການຮຽນ ທີ່ເຂົ້າໃຈງ່າຍ ແລະ ຕອບໂຈດໃດ້ໄວຂຶ້ນ. Hosted on Acast. See acast.com/privacy for more information.

  5. 67

    This Week in Laos Ep.86

    ລາຍການ ເມືອງລາວໃນອາທິດນີ້ ຈະຂໍນຳສະເໜີ ນາງ ບຸມມະນີ ອະໄພ ນາງສາວ ກຶືມມຸລາວ ປະຈໍາປີ 2024 ເຊິ່ງເປັນປີລິເລີ່ມ ຂອງການປະກວດ ເພື່ອສົ່ງເສີມປະເພນີ ວັດທະນະທຳ ຂອງຊົນເຜົ່ານີ້ ໃຫ້ເປັນທີ່ຮູ້ຈັກ ຢ່າງກວ້າງໄກ ສູ່ສາຍຕາຊາວໂລກ. Hosted on Acast. See acast.com/privacy for more information.

  6. 66

    This Week in Laos Ep.85

    ໃນ ອີ ພີ ນີ້ ທ່ານຈະໄດ້ຟັງ ການສຳພາດ ນາງ ດີ້ ຜູ້ຖືກເຄາະຮ້າຍ ຈາກ ການຕັດສີນໃຈ ໄປເອົາຜົວຢູ່ຈີນ ແລະ ໄດ້ໜີເອົາໂຕລອດ ກັບມາລາວ. ນາງ ດີ້ ຈະມາເລົ່າໃຫ້ຟັງທຸກຢ່າງ ເພື່ອໃຫ້ເປັນຂໍ້ຄິດ ເຕືອນສະຕິ ຍິງລາວສາວນ້ອຍ ກ່ອນຕັດສິນໃຈ ໄປເອົາຜົວຢູ່ຈີນ ໂດຍການກ້ຽວກ່ອມ ຂອງ ພວກນາຍໜ້າ ຄ້າມະນຸດ. Hosted on Acast. See acast.com/privacy for more information.

  7. 65

    This Week in Laos Ep.84

    ລາຍການ ເມືອງລາວໃນອາທິດນີ້ ເຮົາຈະເວົ້າເລື່ອງສະພາບການ ຢູ່ ປະເທດລາວ ເປັນຕົ້ນ; ບັນຫາເງິນເຟີ້, ຊາວໜຸ່ມລາວ ໜີໄປເຮັດວຽກຢູ່ປະເທດເພື່ອນບ້ານ, ໂຄງການຂຸດຄົ້ນແຮ່ທາດ ເຮັດໃຫ້ວິຖີຊີວິດ ຂອງ ປະຊາຊົນປ່ຽນໄປ ຍ້ອນທຳມະຊາດ ຖືກທຳລາຍ ຈົນທຳມາຫາລ້ຽງຊີບ ບໍ່ໄດ້ຄືເກົ່າ. Hosted on Acast. See acast.com/privacy for more information.

  8. 64

    This Week in Laos Ep.83

    ເຮົາຈະມາເວົ້າເລື່ອງ ປະຊາຊົນ ໃນເຂດ ການຂຸດຄົ້ນ ເກືອກາລີ່ ຢູ່ ແຂວງຄຳມ່ວນ ທີ່ເສຍດິນດິນນາ ໃຫ້ໂຄງການດັ່ງກ່າວນີ້. ຄ່າຊົດເຊີຍເລັກນ້ອຍ ກໍໄດ້ຍອມເອົາ ຖ້າບໍ່ເອົາ ບໍ່ໄດ້ເລີຍ.ການຂຸດຄົ້ນກໍແມ່ນຂຸດເລິກ ເປັນເວີງກວ້າງໃຫຍ່ໄພສານ ຕະຫຼອດ 24 ຊົ່ວໂມງ ລົດບັນທຸກເຂົ້າອອກຂົນກັນ ທັງເວັນທັງຄືນ.  Hosted on Acast. See acast.com/privacy for more information.

  9. 63

    This Week in Laos Ep.82

    ເມືອງລາວໃນອາທິດນີ້ ເຮົາຈະຫວນມາພົບກັບ ທ້າວ ສີວັນ ສີບຸນເຮືອງ ນັກແຕ້ມຮູບ ຜູ້ທີ່ບໍ່ຍອມທໍ້ ຕໍ່ໂຊກຊະຕາ ອີກຄັ້ງໜຶ່ງວ່າ 1 ປີຜ່ານໄປ ທີ່ເຮົາໄດ້ສຳພາດ ກ່ຽວກັບຊີວິດ ທີ່ລອດມາໄດ້ຈາກ ອຸບັດຕິເຫດ ໄຟຟ້າຊ໊ອດ ຈົນກາຍເປັນຄົນພິການແຂນທັງສອງຂ້າງ. ມາຮອດປະຈຸບັນ ລາວໄດ້ເພີ່ມພັດທະນາຕົນເອງ ໃຫ້ມີຄວາມກ້າວໜ້າ ໄປໃດ້ອີກຫຼາຍຂັ້ນ ເພື່ອຄວາມຢູ່ລອດ. ເຊີນຕິດຕາມການຕໍ່ສູ້ ທີ່ບໍ່ຍອມທໍ້!!! Hosted on Acast. See acast.com/privacy for more information.

  10. 62

    This Week in Laos Ep.81

    ການຂຸດຄົ້ນແຮ່ທາດ ໃນລາວ ຍັງສືບຕໍ່ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ປະຊາຊົນ ຢ່າງໜັກໜ່ວງ. ຕົວຢ່າງ ໃນວັນທີ 12 ມັງກອນ 2025 ບໍລິສັດຫວຽດນາມ ຕັ້ງຢູ່ບ້ານຟ້ອງຊ້າງ ເມືອງວຽງໄຊ ແຂວງຫົວພັນ ໄດ້ປ່ອຍນໍ້າເສຍ ຈາກການລ້າງແຮ່ທາດ ລົງໃສ່ສາຍນໍ້າຊ້າງ ແລະ ສາຍນໍ້າປູນ ຈົນເຮັດໃຫ້ນໍ້າເຂັ້ມຊຸ່ນໃຊ້ບໍ່ໄດ້. Hosted on Acast. See acast.com/privacy for more information.

  11. 61

    This Week in Laos Ep.80

    ເມືອງລາວໃນອາທິດນີ້ ຈະພາທ່ານ ມາພົບກັບ ຄູ ແລະ ນັກຮຽນ ຢູ່ໂຮງຮຽນ ປະຖົມສົມບູນ ເລົ່າງາມ ນະຄອນໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ. ຍ້ອນວ່າໂຮງຮຽນນີ້ ມີນັກຮຽນຈຳນວນນ້ອຍ ຈຶ່ງບໍ່ໄດ້ຮັບທຶນການຊ່ອຍເຫຼືອ ຈາກທາງການ ໂຮງຮຽນນີ້ ຕັ້ງຂຶ້ນໄດ້ຍ້ອນ ນາຍຄູ ແລະ ຊາວບ້ານ ຮິບໂຮມກັນ ແລະ ຊາວຄ້າຂາຍ ກໍຊ່ອຍເຫຼືອນຳ ບາງຄັ້ງຄາວ. Hosted on Acast. See acast.com/privacy for more information.

  12. 60

    This Week in Laos Ep.79

    ລາຍການເມືອງລາວໃນອາທິດນີ້ ເຮົາໄດ້ນຳເອົາ ການສຳພາດ ຊາວໜຸ່ມລາວຫຼາຍໆຄົນ ທີ່ມີຜົນງານ ສ້າງຄຸນງາມຄວາມດີ ໃຫ້ກັບສັງຄົມ ແລະ ປະເທດຊາດ ໃນປີ 2024 ເພື່ອຝາກຄວາມຊົງຈຳ ທີ່ໜ້າສັນລະເສີນນີ້ ໃຫ້ກັບເຍົາວະຊົນ ລຸ້ນຕໍ່ໆໄປໃນພາຍພາກໜ້າ. Hosted on Acast. See acast.com/privacy for more information.

  13. 59

    This Week in Laos Ep.78

    ເມືອງລາວໃນອາທິດນີ້ ເຮົາຈະມາຟັງ ຈາກ ທ້າວ ສີດາ ຫຼ້າຄໍາປາງ ນັກສຶກສາລາວ ຜູ້ໄດ້ຮັບທຶນ ໄປສຶກສາວິຊາ ວິດສະວະກຳ ຄອມພິວເຕີ້ ຢູ່ ປະເທດ ຫວຽດນາມ ວ່າຕ້ອງໄດ້ປັບໂຕເອງແນວໃດ ເພື່ອໃຫ້ເຂົ້າກັບ ສະພາບແວດລ້ອມ ໃນຕ່າງແດນ. Hosted on Acast. See acast.com/privacy for more information.

  14. 58

    This Week in Laos Ep.77

    ມາພົບກັບ ອາຈານ ດອນ ສອນເລກ ສອນວິຊາ ຄະນິດສາດ ຟີຊິກ ພຶດຊະຄະນິດ ແລະ ດ້ວຍວິທີສ້າງບັນຍາກາດ ໃຫ້ລູກສິດຕິດໃຈ ຢາກຮຽນເລກ ແລະ ຟິຊິກ ຂອງ ອາຈານ ດອນ ນັ້ນເອງ ຈຶ່ງມີລູກສິດ ໄດ້ຮັບລາງວັນ ກຽດນິຍົມລະດັບຊາດ ຫຼາຍຄົນ. Hosted on Acast. See acast.com/privacy for more information.

  15. 57

    This Week in Laos Ep.76

    ເມືອງລາວໃນອາທິດນີ້ ຈະພາທ່ານ ໄປຮູ້ຈັກກັບຄອບຄົວຂອງ ທ້າວ ສົມຮັກ ແລະ ນາງ ວັນນາ ຊາວຊົນນະບົດ ທີ່ຢູ່ຫ່າງໄກ ຈາກຊີວິດພາຍໃຕ້ແສງສີ ຄວາມຈະເລີນ ຂອງເມືອງຫຼວງ ແຕ່ເປັນຄອບຄົວ ທີ່ຕື່ມເຕັມຄວາມສຸກ ໃຫ້ກັນແລະກັນ ໂດຍ ປາດສະຈາກ ວັດຖຸເຄື່ອງໃຊ້ ຫຼູຫຼາລາຄາແພງ ມາສົ່ງເສີມ. ຄອບຄົວນີ້ເປັນຊາວນາ ມີເວລາວ່າງ ກໍຖ່າຍຄລິບ ວີດີໂອ ຮ້ອງລຳທຳເພງ ອອກ Facebook, TikTok ມີຜູ້ເຂົ້າເບິ່ງ ກວ່າ 1 ລ້ານ... Hosted on Acast. See acast.com/privacy for more information.

  16. 56

    This Week in Laos Ep.75

    ພາຍຫຼັງການສໍາຫຼວດ ຢູ່ ປະເທດລາວ ເລີ່ມແຕ່ວັນທີ 19 ຫາ 29 ເດືອນ ພະຈິກ ທີ່ຜ່ານມາ ຂອງ ຜູ້ລາຍງານພິເສດ ຈາກສະຫະປະຊາຊາດ ກ່ຽວກັບ ສິດທິທາງດ້ານ ວັດທະນະທຳ ໃນການດຳລົງຊີວິດ ຂອງປະຊາຊົນລາວ ຈຶ່ງເຫັນວ່າ ຍັງມີຫຼາຍຢ່າງ ທີ່ຕ້ອງໄດ້ປັບປຸຸງແກ້ໄຂ. Hosted on Acast. See acast.com/privacy for more information.

  17. 55

    This Week in Laos Ep.74

    1- ການຂຸດຄົ້ນ ແຮ່ຄໍາຕົກຂ້ອນ ຢູ່ເມືອງໝື່ນ ແຂວງວຽງຈັນ ຍັງດຳເນີນຢູ່ຢ່າງຄຶກຄື້ນ ເປັນຂະບວນ ສັບປ່ຽນເຂົ້າອອກ ເຊິ່ງທາງການ ກໍໄດ້ສັ່ງໃຫ້ຢຸດເຊົາໄປແລ້ວ.2- ຄວາມຄືບໜ້າ ກ່ຽວກັບ ນັກທ່ອງທ່ຽວ 6 ຄົນເສຍຊີວິດ ຢູ່ ເມືອງວັງວຽງ. Hosted on Acast. See acast.com/privacy for more information.

  18. 54

    This Week in Laos Ep.73

    ເມືອງລາວໃນອາທິດນີ້ ໄດ້ຂໍສຳພາດ ທ້າວ ພອນປະເສີດ ແສງມະນີວົງ ແລະ ລູກສິດດີເດັ່ນຂອງເພິ່ນ ກ່ຽວກັບ ສະຖາບັນ ສິນລະປະ ອາລັງການ ເພື່ອສົ່ງເສີມ ທັກສະແຕ້ມຮູບ ຕາມຈິນຕະນາການ ໃຫ້ກັບ ເຍົາວະຊົນລາວ ເຊິ່ງມີຫຼາຍຢ່າງ ທີ່ໜ້າຮຽນຮູ້ ແລະ ນໍາມາແຜ່ຜາຍ ຂະຫຍາຍຄວາມ ໃນຜົນງານຂອງ ສະຖາບັນແຫ່ງນີ້. Hosted on Acast. See acast.com/privacy for more information.

  19. 53

    This Week in Laos Ep.72

    ລາຍການ ເມືອງລາວໃນອາທິດນີ້ ພະອາຈານ ໄພວັນ ມາລາວົງ ອະທິບາຍ ຄວາມສໍາເລັດໃນການ ຈັດໜ້າບັນນາທິການ ວັດຈະນານຸກົມ ສັບວັນນະຄະດີບູຮານ ຈໍນວນ 2030 ໜ້າ ເຊິ່ງໃຊ້ເວລາເຖິງ 15 ປີ. Hosted on Acast. See acast.com/privacy for more information.

  20. 52

    This Week in Laos Ep.71

    ອາຈານ ສຸເນດ ໂພທິສານ ຜູ້ຊ່ຽວຊານ ປະຫວັດລາວ ເພິ່ນຈະເລົ່າເຖິງ ຄວາມເປັນມາ ຂອງ ພະທາດຫຼວງ ຫຼື “ທາດປັນຍາປາລະມີຫຼວງ” ນັ້ນເອງ. ຂໍເຊີນຊາວລາວ ທຸກຖ້ວນໜ້າ ມາຟັງເບິ່ງ ເພື່ອລະລຶກເຖິງ ປະຫວັດສາດອັນລໍ້າຄ່ານີ້ ບໍ່ໃຫ້ຫາຍສາບສູນໄປ. Hosted on Acast. See acast.com/privacy for more information.

  21. 51

    This Week in Laos Ep.70

    1. ນັກລົງທຶນຈີນ ຢູ່ເມືອງລະມາມ ແຂວງເຊກອງ ເພີ່ມຈໍານວນ ເຕົາເຜົາຖ່ານຂາວ ເຊິ່ງເພີ່ມ ຄວາມເດືອດຮ້ອນ ໃຫ້ຊາວບ້ານ ເປັນທະວີຄູນ ຈາກການອົບເຜົາໄມ້ດິບ. 2. ທາງການ ແຂວງອັດຕະປື ລົງວິໄນ ພະນັກງານ 26 ຄົນ ເບື້ອງໜ້າເບື້ອງຫຼັງ ເປັນແນວໃດແທ້ ມາຟັງມາຊົມ ເມືອງລາວໃນອາທິດນີ້ ນໍາກັນ. ຈອງຣາຍການ YouTube ຂອງ ວິທຍຸເອເຊັຽເສຣີ ພາສາລາວ: http://tinyurl.com/pq2todv RFA ມີສໍານັກງານໃຫຍ່ຢູ່ Washington DC, USA ຫຼັກການ ສໍາຄັນທີ່ສຸດ ໃນການ ປະກອບ ພາຣະກິຈ ຂອງ ວິທຍຸ ເອເຊັຽເສຣີ ຄື ຍຶດໝັ້ນ ຢ່າງເຄັ່ງຄັດ ໃນມາຕຖານ ສູງສຸດ ຂອງ ການສເນີຂ່າວ. ຣາຍງານ/ຣາຍການ ຂອງ RFA ຈະຕ້ອງ ແນ່ນອນ, ເປັນທັມ ແລະ ກໍ້າເກິ່ງ. ຈອງ Facebook RFALaos: https://www.facebook.com/LaosRFAຈອງ twitter Laonews: https://twitter.com/laonews ຈອງ Google+: http://tinyurl.com/lx8p6yp Hosted on Acast. See acast.com/privacy for more information.

  22. 50

    This Week in Laos Ep.69

    ລາຍການ ເມືອງລາວໃນອາທິດນີ້ ໄດ້ຂໍສໍາພາດ ນາງ ສຸກສະຫວັນ ມະນີວົງໄຊ ທີ່ໄດ້ຮັບ ລາງວັນ ທີ 1 ຂອງປະເທດ ໃນການອອກແບບ ເສື້ອຜ້າ ໃນໂຄງການ Lao Young Designers Project 2024 ແລະ ໄດ້ທຶນໄປສຶກສາຕໍ່ ທີ່ ປະເທດຝຣັ່ງ. Hosted on Acast. See acast.com/privacy for more information.

  23. 49

    This Week in Laos Ep.68

    ລາຍການ ເມືອງລາວໃນອາທິດນີ້ ຈະພາທ່ານ ໄປຮຽນຮູ້ລາຍລະອຽດ ກ່ຽວກັບ ການປະກອບ ເຮືອຊ່ວງ ຢູ່ ປະເທດລາວ ຈາກ ນາຍຊ່າງ ຜູ້ທີ່ມີສີມືຊັ້ນນໍາ ແລະ ເປັນທີ່ຮູ້ຈັກກັນດີ ໃນວົງການເຮືອຊ່ວງ ທົ່ວປະເທດ. Hosted on Acast. See acast.com/privacy for more information.

  24. 48

    This Week in Laos Ep.67

    ລາຍການ ເມືອງລາວ ປະຈໍາສັບປະດາ ຂໍນໍາສະເໜີ ທີມເຮືອບ້ານນາລ້ອງ ທີ່ກໍາລັງຝຶກຊ້ອມ ຕຽມເຂົ້າແຂ່ງຂັນ ໃນງານສະຫຼອງ ບຸນຊ່ວງເຮືອ ປະຈໍາປີ ທີ່ທ່າວັດຈັນ ນະຄອນຫຼວງວຽງຈັນ. Hosted on Acast. See acast.com/privacy for more information.

  25. 47

    This Week in Laos Ep.66

    ໄພນໍ້າຖ້ວມຢູ່ແຂວງຫຼວງນໍ້າທາ ຜ່ານໄປເປັນເວລາ ເກືອບ 1 ເດືອນແລ້ວ ເຊິ່ງນັກຮຽນ 5,611 ຄົນ ເລີ່ມແຕ່ຊັ້ນອະນຸບານ ເຖິງຊັ້ນມັດທະຍົມ ຕອນຕົ້ນ ຍັງບໍ່ໄດ້ເຂົ້າໂຮງຮຽນ ແລະ ໂຮງຮຽນ 50 ແຫ່ງ ເສຍຫາຍເພພັງ ຮວມທັງ ອຸບປະກອນການຮຽນ-ການສອນຕ່າງໆ. Hosted on Acast. See acast.com/privacy for more information.

  26. 46

    This Week in Laos Ep.65

    ລາຍການ ເມືອງລາວປະຈໍາສັບປະດາ ໄດ້ສໍາພາດ ສະມາຊິກ ຄອບຄົວ ຜູ້ຖືກເຄາະຮ້າຍ ຈາກ ໄພນໍ້າຖ້ວມ ຢູ່ ເມືອງແລະແຂວງ ຫຼວງນໍ້າທາ ຮວມທັງ ການບອກເລົ່າ ຂອງນາຍບ້ານ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ເຖິງ ຄວາມເສຍຫາຍຕ່າງໆ ຂອງປະຊາຊົນ. Hosted on Acast. See acast.com/privacy for more information.

  27. 45

    This Week in Laos Ep.64

    ເຫດການໄພນໍ້າຖ້ວມ ຢູ່ປະເທດລາວ ເຊິ່ງ ມີປະຊາຊົນໃນຫຼາຍແຂວງ ໄດ້ຮັບຄວາມເສຍຫາຍນັ້ນ ຍັງຕ້ອງການ ການຊ່ອຍເຫຼືອອີກຢູ່ ເປັນຕົ້ນເຄື່ອງນຸ່ງຮົ່ມ ອາຫານ ຢາປ້ອງກັນພະຍາດ ແລະ ບ່ອນຢູ່ອາໃສ ຂອງຫຼາຍຄອບຄົວ ທີ່ເຮືອນຖືກນໍ້າພັດໄປ. Hosted on Acast. See acast.com/privacy for more information.

  28. 44

    This Week in Laos Ep.63

    ຜູ້ປະສົບໄພນໍ້າຖ້ວມ ຢູ່ທາງພາກເໜືອ ຂອງລາວ ໃນເທື່ອນີ້ ແມ່ນໜັກໜ່ວງ ພໍສົມຄວນ ພວກນັກຮຽນຍັງຂາດ ອຸບປະກອນການຮຽນ ຫຼາຍຄອບຄົວຍັງຂາດ ທີ່ພັກເຊົາ ເຂົ້າປາອາຫານ ນໍ້າດື່ມ ແລະ ເຄື່ອງນຸ່ງຮົ່ມ. Hosted on Acast. See acast.com/privacy for more information.

  29. 43

    This Week in Laos Ep.62

    ການກວາດລ້າງ ແກ້ງ ຕອບແຊັດ ຫຼື ຄໍເຊັນເຕີ ຢູ່ ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ໂດຍການຮ່ວມມື ຂອງນາໆຊາດ ຈຶ່ງສາມາດເຂົ້າໄປກວາດລ້າງ ທໍາລາຍ ການກໍ່ອາດຊະຍາກໍາ ອອນລາຍ ໃນເຂດນີ້ລົງໄດ້. Hosted on Acast. See acast.com/privacy for more information.

  30. 42

    This Week in Laos Ep.61

    ລາຍການ ເມືອງລາວປະຈໍາສັບປະດາ ຍິນດີນໍາສະເໜີ ທ້າວ ສຸກສະຫວັນ ສິລິຈັນໂທ ຫລື ຄຳຮຸ່ງ ນັກແຕ້ມຮູບ ແອນີເມເຊິ້ນ (Animation) ປະກອບນິທານເດັກນ້ອຍ ທີ່ໄດ້ຮັບລາງວັນ The Best Art Award ໃນປີ 2023 ສໍາຄັນສຸດຄື ຜົນງານຂອງລາວ ຮວມທັງ ທີມງານທຸກຄົນ ກໍໄດ້ເປັນທີ່ຮັບຮູ້ ໃນກຸ່ມປະເທດອາຊຽນ ແລະ ໃນຂັ້ນລະດັບໂລກ. Hosted on Acast. See acast.com/privacy for more information.

  31. 41

    This Week in Laos Ep.60

    ລາຍການເມືອງລາວ ປະຈໍາສັບປະດາ ພອດແຄັສ Ep.60 ນີ້ ເຊີນທ່ານ ມາຮັບຟັງຮັບຊົມ ການສົນທະນາ ກັບ ສອງໄວໜຸ່ມລາວ ທີ່ເຫຼື້ອມໃສ ໃນຄໍາສັ່ງສອນ ຂອງພຣະພຸດທະເຈົ້າແລະ ໄດ້ສ້າງ App ໄວ້ສໍາລັບ ຜູ້ທີ່ສົນໃຈ ຢາກສຶກສາທໍາມະ. Hosted on Acast. See acast.com/privacy for more information.

  32. 40

    This Week in Laos Ep.59

    ລາຍການເມືອງລາວປະຈໍາສັບປະດາ ອີພີ ນີ້ ນາງ ສີລິນາ ພະອາໄພ ນັກກິລາໂອລິມປິກ 2024 ທີ່ ປາຣີ ປະເທດຝຣັ່ງ ຈະມາເລົ່າເຖິງເຫດການ ທີ່ເຮັດໃຫ້ຊາວໂລກ ໄດ້ຮູ້ຈັກ ປະເທດລາວ ຫຼາຍຂຶ້ນ ຍ້ອນຄວາມມີນໍ້າໃຈ ເປັນນັກກິລາ ໂດຍແທ້ ຂອງນາງ ນັ້ນເອງ. ເຊີນທ່ານຕິດຕາມຟັງ ແລະ ຊົມໄດ້ເລີຍ... Hosted on Acast. See acast.com/privacy for more information.

  33. 39

    This Weekin Laos Ep.58

    ແມ່ນໃຜໄດ້ຜົນປະໂຫຍດ ແມ່ນໃຜຢູ່ເບື້ອງຫຼັງ ເຮັດໃຫ້ລາຄາຂຶ້ນ ຜິດປົກກະຕິ. ລາຄາຄໍາລົງ ແລະ ຂຶ້ນ ຜິດປົກກະຕິ ເປັນເຫດບັງເອີນ ຫຼື ມີຄົນຕັ້ງໃຈເຮັດໃຫ້ເກີດຂຶ້ນ. Hosted on Acast. See acast.com/privacy for more information.

  34. 38

    This Week in Laos Ep.57

    ການໄປມາຫາສູ່ກັນ ລະຫວ່າງ ໄທ/ລາວ ລຽບສອງຝັ່ງຂອງນັ້ນ ສາດສະດາຈານ ອຽນແບ ຈາກ ມະຫາວິທະຍາໄລ ວິສຄອນຊິນ ເມດິສັນ ເວົ້າວ່າ ແຕ່ກ່ອນບໍ່ໄດ້ເຄັ່ງຄັດ ຄືກັບປັດຈຸບັນ ຍ້ອນຢາເສບຕິດ ແລະ ການຄ້າມະນຸດ ຂ້າມຊາຍແດນ. Hosted on Acast. See acast.com/privacy for more information.

  35. 37

    This Week in Laos Ep.56

    ສໍາພາດ ທ້າວ ບອດ ສິນລະປິນ ນັກແຕ້ມ ນັກປັ້ນ ຊຶ່ງວຽກງານປັ້ນ ດ້ວຍປູນຊິມັງ ຂອງລາວແຕ່ລະຢ່າງ ກໍເຕັມໄປດ້ວຍຄວາມປານີດ ທີ່ໜ້າພາກພູມໃຈ ຈົນເປັນທີ່ ເລື່ອງລື ໃນ ສື່ສັງຄົມ ອອນລາຍ ຜູ້ຄົນກົດໄລ໊ ນັບລ້ານ. Hosted on Acast. See acast.com/privacy for more information.

  36. 36

    This Week in Laos Ep.55

    ລາຍການເມືອງລາວ ປະຈໍາສັບປະດາ ໄດ້ສໍາພາດ ທ້າວ ບຸນມະນີ ນັກສີນລະປິນ ຈາກຊົນເຜົ່າ ທີ່ມີປະມານ 200 ຄອບຄົວ ແຕ່ໄດ້ຮັບຄວາມນິຍົມ ນັບລ້ານວີວ ໃນວົງການບັນເທີງ ສື່ສັງຄົມອອນລາຍ ເຊີນທ່ານ ມາຟັງມາຊົມ ມາຄົ້ນຫາ ຮຽນຮູ້ກ່ຽວກັບຊົນເຜົ່ານີ້... Hosted on Acast. See acast.com/privacy for more information.

  37. 35

    This Week in Laos Ep.54

    ແມ່ນໍ້າຂອງ ຢູ່ໃນສະພາບຊຸດໂຊມ ຂາດຄວາມອຸດົມສົມບູນ ເປັນຍ້ອນຫຍັງ ແລະ ຈະແກ້ໄຂ ບັນຫາແນວໃດ? ເຮົາລອງມາຟັງການວິໄຈ ຂອງ ສາດສະດາຈານ ອຽນແບ ຈາກ ມະຫາວິທະຍາໄລ ວິສຄອນຊິນ ເມດິສັນ. Ian Bair Professor at the University of Wisconsin, Madison Hosted on Acast. See acast.com/privacy for more information.

  38. 34

    This Week in Laos Ep.53

    ເມືອງລາວປະຈໍາສັບປະດາ Podcast EP ນີ້ ເຮົາຈະມາພົບກັບ ຄົນຕ່າງປະເທດ ທີ່ໃຊ້ຊື່ວ່າ ຝຣັ່ງປອມ ໃນສື່ສັງຄົມອອນລາຍ ເວົ້າພາສາລາວເກັ່ງ ຮ້ອງເພງພາສາ ຊົນເຜົ່າກຶມມຸອໍາ ໄດ້ຢ່າງອອນຊອນ. Hosted on Acast. See acast.com/privacy for more information.

  39. 33

    This Week in Laos Ep.52

    ສໍາພາດ ທ່ານ ທິບພະສອນ ເມືອງຈັນ (ແອ໊ດ) ນັກເຕະບານ ທີມຊາດລາວ ລຸ້ນຕໍານານ ຊຸມປີ 1960 ຫາ 1970 ທ່ານ ແອ໊ດ ຈະມາເວົ້າຄວາມເກົ່າ ເລົ່າຄວາມຫຼັງ ສູ່ຟັງວ່າ ນັກກີລາລາວ ໃນສະໄໝກ່ອນ ແມ່ນມຸ້ງໝັ້ນ ຍ້ອນ ຄວາມມັກ ຮັກໃນຄວາມສາມະຄີ ເປັນນໍ້າໜຶ່ງໃຈດຽວ. ຖ້າເວົ້າເຖິງ ເງິນດ້າມເງິນເດືອນ ລະແມ່ນວ່າ ບໍ່ເຄີຍມີ. Hosted on Acast. See acast.com/privacy for more information.

  40. 32

    This Week in Laos Ep.51

    ສໍາພາດ MISS UNIVERSE LAOS 2024 ພິຣັນຍາ ທິບພົມວົງ ທີ່ໄດ້ຮັບຕໍາແໜ່ງ ວ່າງຕົ້ນເດືອນ ມິຖຸນາ ຜ່ານມານີ້. ເຊີນທ່ານຕິດຕາມຄົ້ນຫາ ຈຸດໂດດເດັ່ນ ຂອງ ນາງງາມຄົນນີ້ວ່າມີແນວໃດແດ່ ນາງ ຈຶ່ງໄດ້ຮັບຕໍາແໜ່ງ ອັນຊົງກຽດນີ້. Hosted on Acast. See acast.com/privacy for more information.

  41. 31

    This Week in Laos Ep.50

    ລາຍການ ເມືອງລາວ ປະຈໍາສັບປະດາ ພອດແຄ໊ສ Ep.50 ນີ້ ທ້າວ ປາດຖະໜາ ຈະມາອະທິບາຍ ກ່ຽວກັບ WEB 3.0 ທີ່ຈະຖືກນໍາໃຊ້ໃນລະບົບ ອິນເຕິແນ໊ຕ ຢ່າງກວ້າງຂວາງ ໃນອີກບໍ່ດົນນີ້. ປະຈຸບັນ ການເຂົ້າສູ່ລະບົບ ອິນເຕິແນ໊ຕ ຕ່າງໆ ແມ່ນຍັງນໍາໃຊ້ WEB 2.0 ... ເຊີນທ່ານຕິດຕາມ ຟັງ ຫຼື ຊົມໄດ້... Hosted on Acast. See acast.com/privacy for more information.

  42. 30

    This Week in Laos Ep.49

    ໃນ ep ນີ້ ເຮົາໄດ້ນໍາເອົາຂ່າວຄາວ ການໄດ້ກັບມາ ລາວ ຂອງຊາວໜຸ່ມລາວ ຜູ້ທີ່ຖືກກຸ່ມຄ້າມະນຸດ ຕົວະໄປ ເຮັດວຽກ ຢູ່ ໂຮງກາສິໂນ ຂອງຈີນ ທີ່ເມືອງເມຍວະດີ ປະເທດມຽນມາ ເປັນເວລາ ເກືອບ 2 ປີ ເຕັມ ພວກຂະເຈົ້າ ຈຶ່ງໄດ້ກັບມາຫາ ຄອບຄົວ ແລະ ຫຼຸດພົ້ນ ອອກມາຈາກ ແຫຼ່ງໝໍ້ນະຮົກ ແຫ່ງນັ້ນ.... Hosted on Acast. See acast.com/privacy for more information.

  43. 29

    This Week in Laos Ep.48

    ງານສະຫຼອງບຸນປີໃໝ່ລາວ ຢູ່ ເມືອງເມິຟິສໂບໂຣ ລັດ ເທັນເນິຊີ ສະຫະລັດ ອາເມລິກາ ໃນທ້າຍເດືອນ ພຶດສະພາ ນີ້ຖືວ່າ ອາລັງການສຸດສຸດ. ເຊີນທ່ານຕິດຕາມ ຟັງແລະຊົມ ໄດ້ ໂຊກດີປີໃໝ່ ອີກເທື່ອໜຶ່ງ! Hosted on Acast. See acast.com/privacy for more information.

  44. 28

    This Week in Laos Ep.47

    ພາລະບົດບາດ ແລະ ຜົນງານ ຂອງສະມາຄົມ ແມ່ຍິງ ພິການ ຢູ່ ປະເທດລາວ ມີຫຼາຍສີ່ງຫຼາຍຢ່າງ ທີ່ໜ້າສົນໃຈ ເຊິ່ງ ເຮົາຈະໄດ້ຮຽນຮູ້ ຈາກ ປະທານສະມາຄົມ ທ່ານ ນາງ ຈັນເພັງ ສີວິລາ. Hosted on Acast. See acast.com/privacy for more information.

  45. 27

    This Week in Laos Ep.46

    ວຽກງານການເກັບກູ້ລະເບີດ ບໍ່ທັນແຕກ ໃນ ປະເທດລາວ ຍັງສືບຕໍ່ ພາຍໃຕ້ ໂຄງການ ຄວາມຫວັງ ຫຼັງສົງຄາມ ຫຼື Legacies of War ທີ່ຍັງສ້າງຄວາມຫວັງ ໃຫ້ກັບ ປະຊາຊົນ ຜູ້ທີ່ຖືກຜົນກະທົບ ໃນແຕ່ລະພື້ນທີ່ ຂອງ ປະເທດລາວ ກໍາປູເຈຍ ແລະ ຫວຽດນາມ. Hosted on Acast. See acast.com/privacy for more information.

  46. 26

    This Week in Laos Ep.45

    ຜົນກະທົບຈາກ ການປ່ອຍນໍ້າເສຍ ປົນເປື້ອນ ສານເຄມີ ລົງແມ່ນໍ້າ ທໍາມະຊາດ ຂອງບໍລິສັດ ລາວ-ຈີນ ພັດທະນາແຮ່ ຫາຍາກ ພາກເໜືອ 2 ຈຳກັດ ຢູ່ ເມືອງຊໍາເໜືອ ແຂວງຫົວພັນ ເຮັດໃຫ້ປາຕາຍ ປະຊາຊົນ ບໍ່ມີນໍ້າເຮັດການກະເສດ ແລະ ລ້ຽງສັດ. ມາເຖິງປັດຈຸບັນ ກໍ່ຍັງບໍ່ໄດ້ຮັບການແກ້ໄຂເທື່ອ. Hosted on Acast. See acast.com/privacy for more information.

  47. 25

    This Week in Laos Ep.44

    ທາງການລາວ ສັ່ງປິດສັງວຽນໄກ່ຕີ ຢູ່ເຂດຊາຍແດນ ລາວ-ຫວຽດນາມ ຍ້ອນວ່າມີເຫດການຍິງກັນ ແລະ ຕີກັນຈົນ ມີຜູ້ເສຍຊີວິດ 1 ຄົນ ແລະ ບາດສາຫັດຫຼາຍຄົນ. ໂຮງງານເຜົາຖ່ານຂາວ ຂອງ ນັກລົງທຶນຈີນ ປ່ອຍຄວັນ ສົ່ງກິ່ນຂີວແສບດັງ ແສບຄໍ ເປັນມົນລະພິດ ຕໍ່ລະບົບຫາຍໃຈ ຊາວບ້ານ ຫຼາຍຄອບຄົວ ຢູ່ບ້ານລະວີຝັ່ງແດງ ເມືອງລະມາມ ແຂວງເຊກອງ ພາກັນຮ້ອງທຸກ. Hosted on Acast. See acast.com/privacy for more information.

  48. 24

    This Week in Laos Ep.43

    ການທ່ອງທ່ຽວ ແບບອານຸຮັກທໍາມະຊາດ ຢູ່ປະເທດລາວ ຍັງມີສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນ ໂຄງຮ່າງພື້ນຖານບາງບ່ອນ ຍັງບໍ່ມີຄວາມພ້ອມ ແລະ ການທໍາຄວາມເຂົ້າໃຈ ກັບຄົນໃນທ້ອງຖິ່ນ. Hosted on Acast. See acast.com/privacy for more information.

  49. 23

    This Week in Laos Ep.42

    “ສະບາຍດີປີໃໝ່” ລາຍການ ເມືອງລາວ ປະຈໍາສັບປະດາ Podcast EP ນີ້ ເຮົາໄດ້ຮິບໂຮມເອົາວີດີໂອ ຂອງ ງານສະຫຼອງປີໃໝ່ ໃນຫຼາຍແຂວງ ຢູ່ປະເທດລາວ ມາສະເໜີທ່ານ ຜູ້ຟັງ/ຜູ້ຊົມ ວ່າ ໃນແຕ່ລະທ້ອງຖິ່ນ ເພິ່ນມີການ ສະຫຼອງວັນປີໃໝ່ ແຕກຕ່າງກັນແນວໃດ ຮວມທັງແນວຄິດ ຄວາມເຊື່ອຖືວ່າ ຜູ້ຄົນມາເຮືອນຢ້ຽມຢາມ ຖາມຂ່າວ ໃນວັນປີໃໝ່ ນັ້ນແມ່ນໂຊກລາບ ອັນປະເສີດ... Hosted on Acast. See acast.com/privacy for more information.

  50. 22

    This Week in Laos Ep.41

    ສໍາພາດ ທ່ານ ໄມໂຄ ວິກເຕີ (Michael Victor) ຊາວອາເມຣິກັນ ທີ່ ຮຽນເວົ້າພາສາລາວ ໂດຍການພົບປະໂອ້ລົມ ກັບຄົນລາວເປັນສ່ວນໃຫຍ່ ແລະ ທ່ານ ໄມໂຄ ຍັງຄິດເສຍດາຍ ທີ່ບໍ່ໄດ້ຮຽນ ຂຽນ/ອ່ານ ມາແຕ່ຕົ້ນ.ທ່ານ ໄມໂຄ ໄດ້ໃຫ້ຂໍ້ຄິດດີໆ ໃນປະສົບການ ທີ່ໄດ້ເຂົ້າໄປເຮັດວຽກ ຢູ່ປະເທດລາວ ເກືອບຮອດ 20 ປີ. Hosted on Acast. See acast.com/privacy for more information.

Type above to search every episode's transcript for a word or phrase. Matches are scoped to this podcast.

Searching…

We're indexing this podcast's transcripts for the first time — this can take a minute or two. We'll show results as soon as they're ready.

No matches for "" in this podcast's transcripts.

Showing of matches

No topics indexed yet for this podcast.

Loading reviews...

ABOUT THIS SHOW

ເມືອງລາວໃນອາທິດນີ້ ເປັນລາຍການໃໝ່ ທີ່ນຳສະເໜີ ເລື່ອງທີ່ເກີດຂຶ້ນ ພາຍໃນນຶ່ງອາທິດເຊິ່ງທາງທີມງານ ວິທຍຸເອເຊັຽເສຣີ ນຳມາສົນທະນາ ອະທິບາຍ ສາຍເຫດທີ່ເກີດຂຶ້ນ ແລະ ທາງວິທຍຸເອເຊັຽເສຣີ ໄດ້ຂໍ້ມູນເລື່ອງທີ່ເກີດຂຶ້ນນັ້ນ ມາແນວໃດ. ເປັນລາຍການ ທີ່ສະຫຼຸບເຫດການ ທີ່ສຳຄັນໆ ເພື່ອໃຫ້ຜູ້ຟັງເຂົ້າໃຈງ່າຍ ດ້ວຍພາສາສະໄໝໃໝ່ ແລະຜູ້ຟັງສາມາດເຂົ້າໄປຟັງຈາກ ພັອດແຄດ (Podcast) ໄດ້ຕະຫລອດເວລາ. Hosted on Acast. See acast.com/privacy for more information.

HOSTED BY

RFA

Produced by Radio Free Asia

CATEGORIES

URL copied to clipboard!