Skip to content
ທັນເຫດການ ເມືອງລາວ podcast artwork

PODCAST · news

ທັນເຫດການ ເມືອງລາວ

by RFA

ຟັງ​ຂ່າວເຫດການ ທີ່ເກີດຂຶ້ນ ໃນສປປລາວ--ປະ​ຊາ​ຊົນເສັຽ​ທີິ່​ດິນ, ຂາດ​ສິດ​ທິ​ມະນຸດ ຂັ້ນພື້ນຖານສາກົນ, ​ຂັດສົນ​ບ່ອນທໍາມາ​​ຫາ​ກິນ, ຊັ​ພ​ຍາ​ກອນທັມ​ມ​ຊາດ ຖືກ​ທຳ​ລາຍ, ການ​ໃຊ້​ສານ​ເຄ​ມີ ເກີນຂອບເຂດ, ການ​ສ້າງ​ເຂື່ອນ, ອິດ​ທິ​ພົນຈີນເຂົ້າຄອບງໍາ, ການ​ສໍ້​ຣາ​ສ​ບັງ​ຫຼວງ, ການ​ຄ້າ​ມະ​ນຸດ, ຄ້າຢາເສພຕິດ ແລະອື່ນໆ.ວິທຍຸ ເອເຊັຽ ເສຣີ, ພາກພາສາລາວ, ກະ​ຈາຍ​ສຽງ ຊູ່ມື້--ພາກເຊົ້າ 1 ຊົ່ວໂມງ, ພາກແລງ 1 ຊົ່ວໂມງ. Hosted on Acast. See acast.com/privacy for more information.

Publisher-supplied feed metadata · PodParley refreshed Mar 20, 2025 · Source feed

Episodes

  1. ການອູ້ມຫາຍຂ້າມຊາດ ຍັງແກ້ບໍ່ຕົກ.

    Episode 19: ການອູ້ມຫາຍ ຍັງເກີດຂຶ້ນຊໍ້າແລ້ວຊໍ້າອີກ ແລະ ເມື່ອມີບຸກຄົນຖືກອູ້ມຫາຍໂຕ...ເຈົ້າໜ້າທີ່ລາວ ຜູ້ທີ່ຕອບຄໍາ ຢູ່ເວທີສາກົນ ກໍກືນບໍ່ເຂົ້າຄາຍບໍ່ອອກ ຍ້ອນວ່າ ຜູ້ທີ່ເຮັດ ບໍ່ໄດ້ຕອບມາຕອບຄໍາຖາມສາກົນ ແຕ່ ຜູ້ທີ່ຕອບຄໍາຖາມສາກົນ ບໍ່ໄດ້ເປັນຜູ້ກະທໍາ Hosted on Acast. See acast.com/privacy for more information.

  2. ຍ້ອນຫຍັງ ເຈົ້າໜ້າທີ່ບ້ານເມືອງບໍ່ດໍາເນີນການຫຍັງ ກໍລະນີຂໍ້ຂັດແຍ່ງ ຜູ້ປະກາດຕົນວ່າ ເປັນພະອະລິຍະເມດໄຕ

    Episode 18: ເກີດກະແສເລື່ອງດຣາມ້າ ລະຫວ່າງ ສູນປະຕິບັດທໍາຫຼັກ 38 ກັບ ອົງການພຸດທະສາດສະໜາສໍາພັນລາວ ຫຼື ອພສ ເນື່ອງຈາກວ່າ ຜູ້ກໍ່ຕັ້ງສູນ ປະກາດຕົນ ເປັນພະສີອະລິຍະເມດໄຕ ສ່ວນວ່າ ອພສ ເຫັນວ່າ ເປັນເລື່ອງອຸປະໂຫຼກຂຶ້ນ ແລະ ເຮັດໃຫ້ຄົນງົມງວຍ. Hosted on Acast. See acast.com/privacy for more information.

  3. ເບື້ອງໜ້າ ລະເບື້ອງຫລັງ ການປັ່ນຄ່າເງິນ

    ແມ່ນໃຜຢູ່ເບື້ອງຫຼັງ ອາດີດເຈົ້າໜ້າທີ່ທະນາຄານແຫ່ງ ສປປ ລາວ 10 ຄົນ ທີ່ຖືກຕັດສິນຈໍາຄຸກ ຂໍ້ຫາສໍ້ລາດບັງຫລວງ ແລະ ປອກເງິນ, ແລ້ວ ທ່ານ ເຊື່ອບໍ່ວ່າ ມີແຕ່ຫົວໜ້າກົມເງິນຕາ ເປັນຫົວໂປ່ຜູ້ດຽວ. Hosted on Acast. See acast.com/privacy for more information.

  4. ສາເຫດຫຼັກ ນັກຮຽນມັດທະຍົມປະລະການຮຽນ

    Episode 16 - ມີຄົນຕັ້ງຄໍາຖາມວ່າ ຈະຮຽນໄປເພື່ອຫຍັງ ຖ້າຮຽນໄປແລ້ວ ເສຍເງິນ ເສຍເວລາ ແຕ່ຈົບມາແລ້ວ ເງິນເດືອນພັດບໍ່ກຸ້ມກິນ. ນັ້ນຄືເຫດຜົນທີ່ມີນັກສຶກສາ ປະລະການຮຽນ ແຕ່ ໃນເວລາດຽວກັນ ມີກໍເປັນໂອກາດດີສໍາລັບ Hosted on Acast. See acast.com/privacy for more information.

  5. ການຂຸດຄົນແຮ່ຫາຍາກ ທີ່ນັບມື້ ນັບສົ່ງຜົນກະທົບຕໍ່ປະຊາຊົນ ແຕ່ວ່າ ໂຄງການກໍຍັງສືບຕໍ່

    Episode 15: ມີຄົນອຸປະມາກັນວ່າ ທີ່ດິນປຽບດັ່ງເນື້ອໜັງເຈົ້າຟ້າງຸ່ມ ບໍ່ແຮ່ປຽບດັ່ງ ກະດູກເຈົ້າຟ້າງຸ່ມ, ແຕ່ ປັດຈຸບັນ ກໍບໍ່ຕ່າງຫຍັງກັບ ການຂຸດປາດເອົາເນືອໜັງ ແລະ ຂຸດເອົາກະດູກເຈົ້າຟ້າງຸ່ມໄຟຂາຍນັ້ນເອງ. ການຂຸດຄົນແຮ່ຫາຍາກ ທີ່ນັບມື້ ນັບສົ່ງຜົນກະທົບຕໍ່ປະຊາຊົນ ແຕ່ວ່າ ໂຄງການກໍຍັງສືບຕໍ່ Hosted on Acast. See...

  6. ປະຊາຊົນແບກຫາບໜີ້ສິນເຄື່ອງຄ່າໄຟຟ້າ ໃຫ້ລັດຖະບານ

    Episode 14: ປະຊາຊົນຈ່າຍຄ່າໄຟແພງຂຶ້ນທຸກມື້, ລັດວິສາຫະກິດໄຟຟ້າລາວ ຕິດໜີ້ຕ່າງປະເທດປະມານ 4 ຕື້ ໂດລາ ໃນຂະນະທີ່ສໍານັກງານຫ້ອງການຂອງລັດ ກໍຕິດໜີຄ່າໄຟແລະບໍ່ສາມາດຈ່າຍໜີ້ໄດ້, ແຕ່ ປະຊາຊົນ ເປັນຜູ້ແບກຫາບພາບລະຄ່າໃຊ້. Hosted on Acast. See acast.com/privacy for more information.

  7. ແນວທາງການເມືອງໃນລາວຈະເປັນແນວໃດ.

    Episode 13: ຈັບຕາ-ຊອມເບິ່ງ ແນວທາງການເມືອງໃນລາວ ຈະເປັນແນວໃດ ຫຼັງຈາກ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ເສຍຊີວິດໄປ ໃຜຈະຢູ່ ໃຜຈະໄປ. Hosted on Acast. See acast.com/privacy for more information.

  8. ລັດຖະບານ ຈະໃຫ້ຊາວບ້ານມີສ່ວນຮ່ວມໃນການກວດສອບໂຄງການບໍ່ແຮ່ໄດ້ແທ້ ຫຼື ບໍ່.

    Episode 12: ລັດຖະບານວ່າ ຈະແປຮູບແຮ່ທາດກ່ອນສົ່ງອອກ ຄ້າຍໆ ຄືກັບຄໍາສັ່ງການປຸງແຕ່ງໄມ້ກ່ອນສົ່ງອອກ ແຕ່ ບັດຈຸບັນນີ້ ມີການແປຮູບໄມ້ກ່ອນສົ່ງອອກແລ້ວຫຼືຍັງ Hosted on Acast. See acast.com/privacy for more information.

  9. ເປັນຫຍັງສວນສາທາລະນະແຄມຂອງນະຄອນປາກເຊຈຶ່ງເປັນຂອງເອກະຊົນ

    Episode 11: ເບື້ອງໜ້າ ເບື້ອງຫລັງ ກັບຂໍ້ສົງໄສວ່າ ເປັນຫຍັງສວນສາທາລະນະແຄມຂອງນະຄອນປາກເຊ ມອບໃຫ້ເອກະຊົນເຂົ້າໄປສໍາປະທານ ຫຼັງຈາກທີ່ມີເລື່ອງດຼ່າມ້າ ກັນລະຫວ່າງ ອິນຟູລາວ ແລະ ພະນັກງານຄົນຫວຽດນາມ. Hosted on Acast. See acast.com/privacy for more information.

  10. ພົບການຄ້າອະໄວຍະວະມະນຸດຢູ່ລາວ

    Episode 10: ເປີດໂປງຂະບວນການຄ້າຂາຍ ປູກຖ່າຍອະໄວຍະວະມະນຸດ ຂ້າມຊາດ ຢູ່ລາວ ໂດຍ ແພດຊາວຈີນ. ໄດ້ມີການຂຸດຄົ້ນລາຍງານ ເຖິງຄວາມຕ້ອງການອະໄວຍະວະເພີ່ມຂຶ້ນ ແຕ່ວ່າ ຢູ່ຈີນ ແລະ ໄຕ້ຫວັນ ກົດໝາຍເຄັ່ງຄັດ ສະນັ້ນ ຂະບວນການດັ່ງກ່າວ ຈຶ່ງຫັນມາໃຊ້ປະເທດລາວແທນ ຍ້ອນວ່າ ການປັບຄັບໃຊ້ກົດໝາຍອ່ອນແອ. Hosted on Acast. See...

  11. ລັດຖະບານ ບໍ່ສາມາດປະກາດພົ້ນທຸກປີ 2026

    Episode 9: ລັດຖະບານ ບໍ່ສາມາດປະກາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ ໃນປີ 2026 ເຫດຜົນຫຼັກຄືຫຍັງ ແລະ ໄດ້ເລື່ອນອອກໄປ ປີ 2030. ນັບແຕ່ປີ 2020 ເປັນຕົ້ນມາ ລັດຖະບານລາວ ໄດ້ເລື່ອນການປະກາດພົ້ນທຸກໄປແລ້ວ 3 ຄັ້ງ ຍ້ອນວ່າ ບໍ່ສາມາດລຶບລ້າງຄວາມທຸກຍາກໄດ້ໝົດ. Hosted on Acast. See acast.com/privacy for more information.

  12. ເບື້ອງໜ້າ ເບື້ອງຫຼັງ ທີ່ໄປ ທີ່ມາ ການປາບ ສໍ້ລາດບັງຫຼວງ ໃນລາວ. ເປັນຫຍັງ ທ່ານ ທອງລຸນ ສີສຸລິດ ຈຶ່ງເນັ້ນດໍາເນີນການປາບປາມ ສໍ້ລາດບັງຫຼວງ ໃນຊ້ວງນີ້.

    Episode 8: ເບື້ອງໜ້າ ເບື້ອງຫຼັງ ທີ່ໄປ ທີ່ມາ ການປາບ ສໍ້ລາດບັງຫຼວງ ໃນລາວ. ເປັນຫຍັງ ທ່ານ ທອງລຸນ ສີສຸລິດ ຈຶ່ງເນັ້ນດໍາເນີນການປາບປາມ ສໍ້ລາດບັງຫຼວງ ໃນຊ້ວງນີ້. Hosted on Acast. See acast.com/privacy for more information.

  13. ຄົນລາວ ຫຼື ປະເທດລາວ ຈະໄດ້ຫຍັງ ເສຍຫຍັງ ຈາກທາງລົດໄຟລາວ-ຫວຽດ ມູນຄ່າ 6.6 ຕື້ ໂດລາ. ໂຄການດັ່ງກ່າວ ມູນຄ່າຫຼາຍກວ່າ ໂຄງການທາງລົດໄຟລາວຈີນ 6 ຕື້ໂດລາ.

    Episode 7: ຄົນລາວ ຫຼື ປະເທດລາວ ຈະໄດ້ຫຍັງ ເສຍຫຍັງ ຈາກທາງລົດໄຟລາວ-ຫວຽດ ມູນຄ່າ 6.6 ຕື້ ໂດລາ. ໂຄການດັ່ງກ່າວ ມູນຄ່າຫຼາຍກວ່າ ໂຄງການທາງລົດໄຟລາວຈີນ 6 ຕື້ໂດລາ. Hosted on Acast. See acast.com/privacy for more information.

  14. ເຂົ້າໜຽວໝາກມ່ວງ ເປັນຂອງລາວ ຫຼື ຂອງໄທ ກັນແທ້?

    Episode 6: ເຂົ້າໜຽວໝາກມ່ວງ ເປັນຂອງລາວ ຫຼື ຂອງໄທ ກັນແທ້? Hosted on Acast. See acast.com/privacy for more information.

  15. ສໍາພາດ ດຣ. ບຸນທອນ ຈັນທະລະວົງ ວີເຊີ, ປະທານ ພັນທະມິດ ເພື່ອ ປະຊາທິປະໄຕ ໃນ ລາວ (ຕອນທີ 2)

    Episode 5: ສໍາພາດ ດຣ. ບຸນທອນ ຈັນທະລະວົງ ວີເຊີ, ປະທານ ພັນທະມິດ ເພື່ອ ປະຊາທິປະໄຕ ໃນ ລາວ (ຕອນທີ 2) Hosted on Acast. See acast.com/privacy for more information.

  16. ເຈາະລຶກ! ດຣ. ບຸນທອນ ໄຂຂໍ້ຂ້ອງໃຈ: ເຄື່ອນໄຫວການເມືອງ, ເລື່ອງທຶນການສຶກສາ ແລະ ການວິພາກວິຈານລັດຖະບານ

    Episode 4: ການສໍາພາດ ດຣ ຈັນທະລາວົງ ວີເຊີ ນັກເຄື່ອນໄຫວດ້ານການເມືອງໃນລາວ ຫຼື ປະທານພັນທະມິີດປະຊາທິປະໄຕໃນລາວ ມານໍາສະເໜີ ທ່ານ. ໂດຍສະເພາະ ປະເດັນບັນ ເປັນຫຍັງ ດຣ ບຸນທອນ ໄດ້ທຶນໄປຮຽນຕໍ່ຕ່າງປະເທດ ແຕ່ ມາວິພາກ ວິຈານ ລັດຖະບານ. Hosted on Acast. See acast.com/privacy for more information.

  17. ວິດກິດສິ່ງແວດລ້ອມ, ໄມ້ເຖື່ອນຕຸ້ມລານ ແລະ ຈີນ ຫວຽດ ລັກຂຸດຄໍາເຂດຫວງຫ້າມ

    Episode 3: ວິດກິດສິ່ງແວດລ້ອມ, ໄມ້ເຖື່ອນຕຸ້ມລານ ແລະ ຈີນ ຫວຽດ ລັກຂຸດຄໍາເຂດຫວງຫ້າມ Hosted on Acast. See acast.com/privacy for more information.

  18. ມົນລະພິດເຜົາຖ່ານຈີນ, ວາທະກໍາເອົາເຈຍໃນຖໍ້າ ແລະ ຊາວສາລະວັນເສຍດິນໃຫ້ຈີນ

    Episode 2: ມົນລະພິດເຜົາຖ່ານຈີນ, ວາທະກໍາເອົາເຈຍໃນຖໍ້າ ແລະ ຊາວສາລະວັນເສຍດິນໃຫ້ຈີນ Hosted on Acast. See acast.com/privacy for more information.

  19. ຊ່ວຍ 5 ຄົນຕິດຖໍ້າ, ສື່ໃຫຍ່ຕີຂ່າວຄົນຕິດຖໍ້າ ແລະ ຢຶດເຄື້ອງຂຸດຄໍາ.

    Episode 1: ຊ່ວຍ 5 ຄົນຕິດຖໍ້າ, ສື່ໃຫຍ່ຕີຂ່າວຄົນຕິດຖໍ້າ ແລະ ຢຶດເຄື້ອງຂຸດຄໍາ. Hosted on Acast. See acast.com/privacy for more information.

  20. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວ ຕົກລົງປັບປຸງກົງຈັກການຈັດຕັ້ງ ໂດຍການລວມກະຊວງເຂົ້າກັນ. 2. ນາຍົກລັດຖະມົນຕີ ອອກແຈ້ງການ ໃຫ້ຍຸດຕິ ການອອກໃບອະນຸຍາດ ຂຸດຄົ້ນແຮ່ຄໍາຕົກຂ້ອນ ໃນທົ່ວປະເທດ. 3. ກອງປະຊຸມສະໄໜວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 9 ໄຂຂຶ້ນ ຖ້າມກາງຫຼາຍບັນຫາຫຍຸ້ງຍາກ. Hosted on Acast. See...

  21. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ແຂວງຫົວພັນ ໄດ້ຮັບຄໍາແນະນໍາ ໃນການແກ້ໄຂ ບັນຫາຄົນງານ. 2. ຄົນຂັບລົດ ຂອງແອັບພິເຄຊັ້ນ InDrive ລວນລາມຜູ້ໂດຍສານ. 3. “ວັນສາກົນຕ້ານການສ້າງເຂື່ອນ” ຜູ້ນໍາລາວຄາດວ່າ ລາວຈະກາຍເປັນໝໍ້ໄຟ ຂອງເອເຊັຽຕາເວັນອອກສ່ຽງໃຕ້ ໃນປີ 2030. Hosted on Acast. See acast.com/privacy for more information.

  22. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ຄົນງານຈີນ 5 ຄົນ ຖືກຕໍາຫຼວດເອົາໄປ ປກສ ເມືອງ ຫຼັງໄດ້ບຸກລຸກເຂົ້າໄປວັດແທກ ເພື່ອສໍາຫຼວດບໍ່ແຮ່ ໃນເຂດບ້ານປະຊາຊົນ ຢູ່ແຂວງສະຫວັນນະເຂດ. 2. ຕໍາຫຼວດນາຍໜຶ່ງ ຢູ່ແຂວງຫຼວງນໍ້າທາ ຖືກຈັບ ຍ້ອນຮ່ວມມື ກັບແກ້ງລັກລົດຈັກ. 3. ຊາວນະຄອນຫຼວງວຽງຈັນ ຈໍານວນບໍ່ໜ້ອຍ ເດືອດຮ້ອນ ຍ້ອນ ກິ່ນເໝັນຂີ້ເຫຍື້ອ. Hosted on Acast. See...

  23. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ການຊົດເຊີຍໃຫ້ຊາວບ້ານ ທີ່ໄດ້ຮັບຜົນກະທົບ ຈາກໂຄງການເຂື່ອນຫຼວງພຣະບາງ ຍັງຫຼ້າຊ້າ. 2. ລາວ ເປັນປະເທດ ອັນດັບນຶ່ງ ທີ່ປະຊາກອນດື່ມເຫຼົ້າ ຫຼາຍທີ່ສຸດ ໃນເອເຊຽຕາເວັນອອກສ່ຽງໃຕ້. 3. ມີການໂຄສະນາ ຮັບຈ້າງໂອນເງິນ ຜ່ານບັນຊີມ້າຈໍານວນຫຼາຍ ຜ່ານສື່ສັງຄົມອອນລາຍ ແບບບໍ່ຢ້ານຕໍ່ກົດໝາຍ. Hosted on Acast. See acast.com/privacy...

  24. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ແຕ່ ເດືອນມິຖຸນາ 2024 ຫາເດືອນມັງກອນ 2025 ຕໍາຫຼວດໄທ ຈັບຄົນງານລາວທີ່ຜິດກົດໝາຍ 500 ປາຍຄົນ. 2. ມີແມ່ຍິງລາວ ຈໍານວນເພີ່ມຂຶ້ນເລື້ອຍໆ ກາຍມາເປັນແມ່ອູ້ມບຸນ ໃຫ້ກັບພໍ່ແມ່ຊາວຈີນ. 3. ປະຊາຊົນ ຢູ່ນະຄອນຫຼວງວຽງຈັນ ກັງວົນເລື່ອງສານເຄມີ ຈາກຮ້ານເກັບຊື້ໝໍ້ໄຟລົດເກົ່າ ຂອງຄົນຈີນ. Hosted on Acast. See acast.com/privacy…

    more
  25. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ປີ 2024 ທາງການລາວ ຈັບຜູ້ຖືກກ່າວຫາຊາວລາວ, ຈີນ, ຫວຽດນາມ ໄດ້ທັງໝົດ 122 ຄົນ ຍ້ອນ ກໍ່ຄະດີຄ້າມະນຸດ ໃນຮູບແບບການຈ້າງຖືພາ, ແຕ່ງດອງ ແລະຕອບແຊັດ. 2. ລົດເມ ນະຄອນຫຼວງວຽງຈັນ-ປາກເຊ ເສຍຫຼັກ ຕໍາຕົ້ນໄມ້, ເສຍຊີວິດຄາທີ່ 1 ຄົນ, ບາດເຈັບ 43 ຄົນ. ໃນນັ້ນ ຊາວຕ່າງປະເທດ 29 ຄົນ. 3. ຊາວບ້ານ ຢູ່ເມືອງງອຍ ແຂວງຫຼວງພຣະບາງ...

  26. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ຫ້ອງການ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ເມືອງວຽງໄຊ ແຂວງຫົວພັນ ສັ່ງໃຫ້ບໍລິສັດຫວຽດນາມ ຢຸດຕິ ຂຸດຄົ້ນແຮ່ເຫຼັກ ຊົ່ວຄາວ ຍ້ອນ ປ່ອຍນ້ຳລ້າງແຮ່ ລົງສູ່ສາຍນ້ຳຊ້າງ ແລະສາຍນ້ຳປູນ. 2. ອາກາດໜາວເຢັນແຮງ ສ້າງຄວາມເສຍຫາຍຫຼາຍ ໃຫ້ແກ່ຊາວສວນກາເຟ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ. 3. ຍັງມີເດັກຍິງ-ແມ່ຍິງລາວ ປະມານ 18 ຄົນ...

  27. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ຊາວບ້ານ ໃນເມືອງວຽງໄຊ ແຂວງຫົວພັນ ຮຽກຮ້ອງໃຫ້ພາກສ່ວນທີ່ກ່່ຽວຂ້ອງ ກວດກາ ບໍລິສັດບໍ່ແຮ່ຫວຽດນາມ ທີ່ປ່ອຍນໍ້າເສຍ ລົງແມ່ນໍ້າສອງສາຍ. 2. ກະແສໄຟຟ້າ ທີ່ຖືກສົ່ງອອກຈາກລາວ ໄປຂາຍຕ່າງປະເທດເມື່ອປີກາຍ ມູນຄ່າ 980 ລ້ານໂດລາສະຫະລັດ. 3. ເກີດເຫດໄຟໄໝ້ ຕະຫຼາດຊັ່ງຈ່ຽງ ສູນການຄ້າໃຫຍ່ທີ່ສຸດ ໃນນະຄອນຫຼວງວຽງຈັນ. Hosted on Acast....

  28. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ຊາວສວນມັນຕົ້ນ ຈຳນວນໜຶ່ງ ຕ້ອງຢຸດປູກມັນຕົ້ນ ຍ້ອນລາຄາມັນຕົ້ນ ຕົກຕ່ຳ. 2. ເຈົ້າແຂວງອັດຕະປື ສັ່ງໂຈະໂຄງການປູກພືດແລະປູກຕົ້ນໄມ້ ທີ່ໄດ້ຮັບສໍາປະທານໄປແລ້ວ 33 ໂຄງການ. 3. ບັນຫາ ຈາກໂຄງການຂຸດຄົ້ນແຮ່ທາດ ຫຼາຍໂຄງການ ຍັງບໍ່ສາມາດແກ້ໄຂ ຢ່າງເປັນຮູບປະທຳ. Hosted on Acast. See acast.com/privacy for more information.

  29. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ເກີດເຫດຊາວຈີນ 3 ຄົນ ພົກອາວຸດປືນ ບຸກເຂົ້າປຸ້ນຮ້ານຄໍາແຫ່ງໜຶ່ງ ຢູ່ເຂດຕະຫຼາດດາລາ ແຂວງຫຼວງພະບາງ. 2. ປີ 2024 ທີ່ຜ່ານມາ ຢູ່ປະເທດລາວ ມີຄະດີຢາເສບຕິດ ປະມານ 3,300 ກໍລະນີ. 3. ຊາວຈີນ 3 ຄົນ ພົກອາວຸດປືນ ບຸກເຂົ້າປຸ້ນຮ້ານຄໍາ ຢູ່ເຂດຕະຫຼາດດາລາ. Hosted on Acast. See acast.com/privacy for more information.

  30. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ການຈັດງານ ສະເຫຼີມສະຫຼອງ ວັນຄຣິສມາດ ຢູ່ປະເທດລາວ ຍັງຖືກຈຳກັດ ແລະຕ້ອງໄດ້ຮັບ ອະນຸຍາດ ຈາກທາງການ. 2. ຊາວບ້ານເຊື່ອວ່າ ບໍລິສັດຂຸດຄົ້ນບໍ່ແຮ່ ກໍາລັງສ້າງມົນລະພິດ ໃນລໍານໍ້າຊອງ ຢູ່ເຂດເມືອງວັງວຽງ ແຂວງວຽງຈັນ. 3. ນະຄອນຫຼວງພະບາງ ເລີ່ມປັບໃໝລົດ ແລະ ຜູ້ທີ່ຖິ້ມຂີ້ເຫຍື້ອຊະຊາຍ ແຕ່ຫຼາຍພາກສ່ວນເຫັນວ່າ...

  31. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ສະມາຊິກສະພາ ຜູ້ແທນຂອງໄທ ຮຽກຮ້ອງໃຫ້ລັດຖະບານ ຊ່ອຍເຫຼືອຜູ້ເຄາະຮ້າຍ ທາງໄຊເບີ້ ໃນມຽນມາ. 2. ຊາວເມືອງ ບໍລິຄັນ ກັບຊາວເມືອງປາກຊັນ ໄດ້ຮັບຜົນກະທົບ ຈາກນໍ້າຊັນ ທີ່ປົນເປື້ອນ ຈາກການຂຸດແຮ່ທາດ. 3. ເກີດເຫດການດິນຍຸບ ຄັ້ງທີ 2 ຢູ່ໃນເຂດສໍາປະທານ ຂຸດຄົ້ນເກືອກາລີ. Hosted on Acast. See acast.com/privacy for more...

  32. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ໄທເຂົ້າສູ່ສັງຄົມ ຜູ້ສູງອາຍຸ ແລະຕ້ອງການແຮງງານ ຈາກຕ່າງປະເທດ ອີກຈຳນວນຫຼາຍ ໃນນີ້ ເປັນຄົນງານລາວ ຫຼາຍແສນ ຕຳແໜ່ງ. 2. ນະຄອນຫຼວງວຽງຈັນ ຍັງເປັນໜີ້ຢູ່ 1,804,500,000,000 ປາຍກີບ. 3. ຊາວສວນມັນຕົ້ນ ໃນເມືອງສັງທອງ ນະຄອນຫຼວງວຽງຈັນ ຈໍາເປັນຕ້ອງພາກັນ ໄປຂາຍມັນຕົ້ນ ໃນລາຄາຖືກ ຍ້ອນບໍ່ມີທາງເລືອກ. Hosted on Acast. See...

  33. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ທາງການລາວ ຈະໃຫ້ບໍລິສັດຈີນ ເຂົ້າມາປູກໝາກພຸກ ດ້ວຍລະບົບການຜະລິດ ແບບຄົບວົງຈອນ ຢູ່ແຂວງ ອຸດົມໄຊ. 2. ຊາວບ້ານເວົ້າວ່າ ເຈົ້າໜ້າທີ່ບາງບ້ານ ແຂວງຈໍາປາສັກ ເກັບຄ່າພັກເຊົາຂອງຄົນຕ່າງແຂວງ 50,000 ກີບຕໍ່ເດືອນ. 3. ໃນວາລະຄົບຮອບ 12 ປີ ທ່ານ ສົມບັດ ສົມພອນ ຖືກລັກພາຕົວ ແລ້ວຫາຍສາບສູນ ນັ້ນ, ພັນລະຍາ ຂອງທ່ານ ແລະ ໂຕແທນ...

  34. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ຈ່າຍເງິນເກີນແຜນໃຫ້ພະນັກງານ-ລັດຖະກອນ ທີ່ມີຕໍາແໜ່ງນ້ອຍ. 2. ນະຄອນຫຼວງວຽງຈັນ ຈ່າຍເງິນເກີນແຜນ ໃຫ້ພະນັກງານ-ລັດຖະກອນ ທີ່ມີຕໍາແໜ່ງນ້ອຍ. 3. ອົງການ USAID ສະແດງໃຫ້ເຫັນ ປະຊາຊົນໃນພາກໃຕ້ຂອງລາວ ຍັງສືບຕໍ່ ໄດ້ຮັບກະທົບຈາກຝົນເຫຼືອງ. Hosted on Acast. See acast.com/privacy for more information.

  35. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ລາຄາມັນຕົ້ນຕົກຕໍ່າ, ຊາວກະສິກອນລາວ ທີ່ປູກມັນຕົ້ນ ຮຽກຮ້ອງໃຫ້ທາງການ ຊ່ອຍເຫຼືອ. 2. ຊາຍຈີນ ຜູ້ບຸກເຂົ້າຮ້ານຄໍາ ຢູ່ນະຄອນຫຼວງພະບາງ ທໍາຮ້າຍເຈົ້າຂອງຮ້ານ ທີ່ສູ້ຄືນ. 3. ຊາວບ້ານຈໍານວນໜຶ່ງ ຢ້ານວ່າ ທີ່ດິນຂອງເຂົາເຈົ້າ ຈະຖືກຍຶດໄປ ຍ້ອນວ່າ ຂະບວນການອອກໃບຕາດິນ ຊັກຊ້າ. Hosted on Acast. See acast.com/privacy for…

    more
  36. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ຊາວລາວ ບໍ່ເຊື່ອໝັ້ນວ່າ ລັດຖະບານລາວ ຈະແກ້ໄຂບັນຫາ ການສໍ້ລາດບັງຫຼວງໄດ້. 2. ລັດຖະບານລາວ ເຝົ້າລະວັງອົງການຈັດຕັ້ງ ທີ່ບໍ່ຂື້ນກັບລັດຖະບານ, ອົງການພາກປະຊາສັງຄົມ ທີ່ໄດ້ສົນທະນາ ກັບຜູ້ລາຍງານພິເສດ ສະຫະປະຊາຊາດ. 3. ເກີດເຫດດິນຍຸບ ເປັນຂຸມຂະໜາດໃຫຍ່ ຢູ່ແຂວງຄໍາມ່ວນ ທີ່ນອນຢູ່ໃນເຂດສໍາປະທານ ຂຸດຄົ້ນເກືອກາລີ ຂອງຈີນ....

  37. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ປະຊາຊົນ 371 ຄອບຄົວ ທີ່ໄດ້ຮັບຜົນກະທົບ ຈາກການກໍ່ສ້າງທາງລົດໄຟລາວ-ຈີນ ຍັງບໍ່ໄດ້ຮັບຄ່າຊົດເຊີຍ. 2. ເງິນເດືອນຂອງຄູສອນ ຢູ່ລາວ ຕໍ່າສຸດໃນອາຊ້ຽນ ແລະ ບາງຄົນ ລາອອກຈາກວຽກ. 3. ຊາວນະຄອນຫຼວງວຽງຈັນ ເລີ່ມພົບເຫັນໝອກຄວັນ ແລະຝຸ່ນລະອອງ PM2.5 ໃນປະລິມານຫຼາຍຂື້ນ. Hosted on Acast. See acast.com/privacy for more...

  38. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ລັດວິສາຫະກິດໄຟຟ້າລາວ ຕິດໜີ້ຢ່າງມະຫາສານ ຄືເຖິງປະມານ 4.3 ຕື້ໂດລາສະຫະຣັດ. 2. ລັດຖະບານລາວ ອະໄພຍະໂທດ ໃຫ້ແກ່ນັກໂທດ 2,716 ຄົນ ເນື່ອງໃນວັນຊາດປີນີ້ ແຕ່ບໍ່ມີການອະໄພຍະໂທດ ໃຫ້ນັກໂທດການເມືອງ. 3. ໂຮງໝໍລັດຫຼາຍແຫ່ງ ຍັງຂາດແຄນຢາປິ່ນປົວ ຄົນເຈັບປ່ວຍ. Hosted on Acast. See acast.com/privacy for more information.

  39. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ນັກທຸລະກິດຈີນ ຂົນອຸປະກອນເຮັດປ້າຍໂຄສະນາ ມາຈາກປະເທດຈີນ ເພື່ອມາຕິດຕັ້ງຢູ່ລາວ ແບບບໍ່ຖືກລະບຽບກົດໝາຍ. 2. ພະນັກງານເຮືອນພັກ ນານາ ແບັກແພັກເກີ ຖືກຈັບຕື່ມອີກ 3 ຄົນ ຍ້ອນເຫດການເຫຼົ້າປົນທາດເມທານອນ ທີ່ເປັນຜິດ. 3. ຜູ້ລາຍງານພິເສດ ຂອງ UN ຮຽກຮ້ອງໃຫ້ ສປປ. ລາວ ໃຫ້ຄວາມສໍາຄັນ ຕໍ່ສິດທິ ດ້ານວັດທະນະທໍາ...

  40. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ແມ່ຍິງລາວ ທີ່ຕິດຢູ່ສູນສະແກມເມີຂອງຈີນ ໃນປະເທດພະມ້າ ຍັງລໍຖ້າການຊ່ວຍເຫຼືອ. 2. ຊາວບ້ານ ຢູ່ເມືອງໝື່ນ ແຂວງວຽງຈັນ ເດືອດຮ້ອນ ຍ້ອນການຂຸດແຮ່ທາດ ແລະ ແຮ່ຄໍາຕົກຂ້ອນ. 3. ຄົນນໍາທ່ຽວຈີນຜິດກົດໝາຍ ພາຄົນຈີນ ທ່ຽວຢູ່ນະຄອນຫຼວງວຽງຈັນ ແລະແຂວງຫຼວງພະບາງ. Hosted on Acast. See acast.com/privacy for more information.

  41. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ການກວດກາ ຄຸນນະພາບຂອງເຄື່ອງດື່ມທາດເຫຼົ້າ ຕາມຮ້ານຕ່າງໆ ຢູ່ເມືອງວັງວຽງ ແຂວງວຽງຈັນ ຍັງບໍ່ທັນໄດ້ປະຕິບັດຈິງຈັງ ແລະທົ່ວເຖິງເທື່ອ. 2. ປະຊາຊົນ ຢູ່ເມືອງໂຂງ ແຂວງຈໍາປາສັກ ຍັງຕັດໄມ້ ຖາງປ່າ ເພື່ອຫາລ້ຽງຊີບຢູ່. 3. ຊາວບ້ານ ເຂດເມືອງກາສີ ຍັງເຫັນສາຍນ້ຳປັງ ກາຍເປັນສີແດງຂຸ່ນ ຈົນຊາວບ້ານບໍ່ກ້າໃຊ້ນ້ຳ. Hosted on Acast....

  42. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ຮ້ານບັນເທີງ ແລະຮ້ານກິນດື່ມ ໃນເມືອງວັງວຽງ ຈໍານວນໜຶ່ງ ໄດ້ຮັບຜົນກະທົບ ຫຼັງຈາກ ພົບເຫັນສິ່ງມຶນເມົາ ປົນເປື້ອນສານເມທານ້ອນ. 2. ທາງການແຂວງຈໍາປາສັກ ແລະ ຊຽງຂວາງ ອອກແຈ້ງການ ຫ້າມຮ້ານອາຫານ ແລະ ສະຖານບັນເທີງ ຈໍາໜ່າຍ ຫຼື ນໍາໃຊ້ສານເສບຕິດ ຢ່າງເດັດຂາດ. 3. ນັກຮຽນຊັ້ນປະຖົມ ປະລະການຮຽນ ເນື່ອງຈາກ ໂຮງຮຽນ...

  43. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ກະຊວງປ້ອງກັນຄວາມສະຫງົບ ເຜີຍຂໍ້ມູນ ກ່ຽວກັບນັກທ່ອງທ່ຽວຕ່າງປະເທດ ເສຍຊີວິດ. 2. ນັກຮຽນ 333,770 ຄົນ ບໍ່ເຂົ້າຮຽນຕໍ່ ໃນສົກຮຽນ ປີ 2023-2024. 3. ສະມາຊິກສະພາແຫ່ງຊາດ ຮຽກຮ້ອງໃຫ້ລັດຖະບານ ຊ່ວຍຮັກສາ ນະຄອນຫຼວງພະບາງ ໃຫ້ຍັງເປັນເມືອງມໍລະດົກໂລກ. Hosted on Acast. See acast.com/privacy for more information.

  44. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ມີນັກທ່ອງທ່ຽວຕ່າງປະເທດ ເສຍຊີວິດ 5 ຄົນແລ້ວ ຈາກເຫດການດື່ມເຫຼົ້າປະສົມສານ Methanol. 2. ຊາວລາວຕ້ອງການໃຫ້ລັດຖະບານ ໂຈະການອະນຸມັດ ໂຄງການຂຸດຄົ້ນແຮ່ທາດ ຍ້ອນມັນມີຜົນກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ. 3. ດິນເຈື່ອນທັບໃສ່ນາ ແລະ ໜອງປາຂອງຊາວບ້ານ ໃນເຂດເມືອງຜາໄຊ ແຂວງຊຽງຂວາງ ຍ້ອນການຂຸດຄົ້ນແຮ່ທາດ ຂອງບໍລິສັດຈີນ.…

    more
  45. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ສສຊ ສະແດງຄວາມເປັນຫ່ວງ ຕໍ່ຄວາມເສຍຫາຍຂອງເສັ້ນທາງ ຈາກໂຄງການຂຸດຄົ້ນບໍ່ແຮ່. 2. ທາງການລາວ ຢູ່ລະຫວ່າງ ສືບສວນ-ສອບສວນ ນັກທ່ອງທ່ຽວທີ່ຖືກທາດເບື່ອ ຢູ່ເມືອງວັງວຽງ ແຂວງວຽງຈັນ. 3. ຊາວບ້ານ 2 ບ້ານ ໃນແຂວງໄຊຍະບູລີ ໄດ້ຮັບຜົນກະທົບ ຈາກໂຄງການປຸງແຕ່ງໝາກເດືອຍ ຂອງນັກລົງທຶນຈີນ. Hosted on Acast. See acast.com/privacy for...

  46. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ລົດບັນທຸກແຮ່ທາດ ຂອງ ຫລາຍບໍລິສັດ ນ້ຳໜັກເກີນ ເຮັດໃຫ້ເສັ້ນທາງ ເລກທີ 10 ເປ່ເພ. 2. ນັກທ່ອງທ່ຽວຕ່າງປະເທດ ທີ່ດື່ມເຫຼົ້າມີທາດເບື່ອ ຢູ່ເມືອງວັງວຽງ ຈໍານວນນຶ່ງຕ້ອງໄດ້ເຂົ້າໂຮງໝໍ. 3. ລັດຖະບານລາວ ຈະປັບຂຶ້ນ ເງິນເດືອນລັດຖະກອນ ໃນປີ 2025. Hosted on Acast. See acast.com/privacy for more information.

  47. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1.ກອງປະຊຸມສະພາແຫ່ງຊາດລາວຊຸດທີ 9 ໄຂຂື້ນມື້ນີ້ ໂດຍຫວັງຈະແກ້ໄຂບັນຫາເສດຖະກິດ. 2.ຊາວບ້ານ ຢູ່ເມືອງວຽງໄຊ ແຂວງຫົວພັນ ເປັນກັງວົນ ຢ້ານໄດ້ຮັບຜົນກະທົບ ຈາກບໍລິສັດຂຸດຄົ້ນແຮ່ທາດ. 3.ພາຍຫຼັງຈີນໄດ້ສໍາປະທານສວນວັດທະນະທໍາຊຽງຄວນໃນປີ 2017 ແລ້ວ ມີນັກທ່ອງທ່ຽວຈີນມາຫຼາຍຂື້ນ. Hosted on Acast. See acast.com/privacy for more...

  48. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ຄົນຈີນ ຫຼາຍສິບຄົນ ຖືກຈັບ ຢູ່ສູນການຄ້າ ຊຽງຂວາງເຊັນເຕີ້. 2. ຫຼາຍໂຮງງານ ຢູ່ເຂດເສດຖະກິດພິເສດໃນລາວ ຕ້ອງການຄົນງານຫຼາຍພັນຄົນ. 3. ການຟື້ນຟູໄພພິບັດນໍ້າຖ້ວມ ໃນ 16 ແຂວງ ຊັກຊ້າ ຍ້ອນຂາດງົບປະມານ. Hosted on Acast. See acast.com/privacy for more information.

  49. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ນໍ້າຫ້ວຍ ແລະໜອງປາ ໄດ້ຮັບຜົນກະທົບ ຈາກການຂຸດຄົ້ນແຮ່ເຫຼັກ ຢູ່ເມືອງແປກ ແຂວງຊຽງຂວາງ. 2. ການແຜ່ລະບາດ ຂອງຢາບ້າ ຢູ່ແຂວງຫຼວງພະບາງເພີ່ມຂຶ້ນ. 3. ການແຂ່ງຂັນສີມືອາຊີບ ໄດ້ເປີດຂື້ນຢູ່ລາວ ແຕ່ມີຜູ້ສະໝັກເຂົ້າຮ່ວມໜ້ອຍ. Hosted on Acast. See acast.com/privacy for more information.

  50. ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    1. ເຈົ້າໜ້າທີ່ບາງຄົນ ຍັງຮັບສິນບົນ ຈາກການຂົນສົ່ງສິນຄ້າເຂົ້າມາລາວ. 2. ແຂວງບໍ່ແກ້ວ ຍັງເປັນທາງຜ່ານ ການລັກລອບຂົນຢາເສບຕິດ ຂອງຈີນ. 3. ງານບຸນ ນະມັດສະການ ພະທາດຫຼວງ ປີ 2024 ຄຶກຄື້ນຫຼາຍກວ່າທຸກປີ. Hosted on Acast. See acast.com/privacy for more information.

Type above to search every episode's transcript for a word or phrase. Matches are scoped to this podcast.

Searching…

We're indexing this podcast's transcripts for the first time — this can take a minute or two. We'll show results as soon as they're ready.

No matches for "" in this podcast's transcripts.

Showing of matches

No topics indexed yet for this podcast.

Loading reviews...

ABOUT THIS SHOW

ຟັງ​ຂ່າວເຫດການ ທີ່ເກີດຂຶ້ນ ໃນສປປລາວ--ປະ​ຊາ​ຊົນເສັຽ​ທີິ່​ດິນ, ຂາດ​ສິດ​ທິ​ມະນຸດ ຂັ້ນພື້ນຖານສາກົນ, ​ຂັດສົນ​ບ່ອນທໍາມາ​​ຫາ​ກິນ, ຊັ​ພ​ຍາ​ກອນທັມ​ມ​ຊາດ ຖືກ​ທຳ​ລາຍ, ການ​ໃຊ້​ສານ​ເຄ​ມີ ເກີນຂອບເຂດ, ການ​ສ້າງ​ເຂື່ອນ, ອິດ​ທິ​ພົນຈີນເຂົ້າຄອບງໍາ, ການ​ສໍ້​ຣາ​ສ​ບັງ​ຫຼວງ, ການ​ຄ້າ​ມະ​ນຸດ, ຄ້າຢາເສພຕິດ ແລະອື່ນໆ.ວິທຍຸ ເອເຊັຽ ເສຣີ, ພາກພາສາລາວ, ກະ​ຈາຍ​ສຽງ ຊູ່ມື້--ພາກເຊົ້າ 1 ຊົ່ວໂມງ, ພາກແລງ 1 ຊົ່ວໂມງ.

Hosted on Acast. See acast.com/privacy for more information.

HOSTED BY

RFA

Produced by Radio Free Asia

CATEGORIES

Frequently Asked Questions

How many episodes does ທັນເຫດການ ເມືອງລາວ have?

ທັນເຫດການ ເມືອງລາວ currently has 151 episodes available on PodParley. New episodes are automatically indexed when they're published to the podcast feed.

What is ທັນເຫດການ ເມືອງລາວ about?

ຟັງ​ຂ່າວເຫດການ ທີ່ເກີດຂຶ້ນ ໃນສປປລາວ--ປະ​ຊາ​ຊົນເສັຽ​ທີິ່​ດິນ, ຂາດ​ສິດ​ທິ​ມະນຸດ ຂັ້ນພື້ນຖານສາກົນ, ​ຂັດສົນ​ບ່ອນທໍາມາ​​ຫາ​ກິນ, ຊັ​ພ​ຍາ​ກອນທັມ​ມ​ຊາດ ຖືກ​ທຳ​ລາຍ, ການ​ໃຊ້​ສານ​ເຄ​ມີ ເກີນຂອບເຂດ, ການ​ສ້າງ​ເຂື່ອນ, ອິດ​ທິ​ພົນຈີນເຂົ້າຄອບງໍາ, ການ​ສໍ້​ຣາ​ສ​ບັງ​ຫຼວງ, ການ​ຄ້າ​ມະ​ນຸດ, ຄ້າຢາເສພຕິດ ແລະອື່ນໆ.ວິທຍຸ...

How often does ທັນເຫດການ ເມືອງລາວ release new episodes?

ທັນເຫດການ ເມືອງລາວ publishes regularly with 151 episodes available. Check the episode list for the typical release schedule.

Where can I listen to ທັນເຫດການ ເມືອງລາວ?

You can listen to ທັນເຫດການ ເມືອງລາວ on PodParley by clicking any episode. We provide an embedded audio player for direct listening, and you can also subscribe via your preferred podcast app using the RSS feed.

Who hosts ທັນເຫດການ ເມືອງລາວ?

ທັນເຫດການ ເມືອງລາວ is created and hosted by RFA.
URL copied to clipboard!